ເງິນກູ້

ສິນເຊື່ອ ສົງເສີ່ມທຸລະກິດ ຂະໜາດກາງ-ຂະໜາດນ້ອຍ (SME Loan)

ຢ່າໃຫ້ຄວາມຝັນຂອງທ່ານເປັນພຽງຄວາມຝັນອີກຕໍ່ໄປ, ກະລຸນານຳຄວາມຄິດ ຫຼື ແຜນທຸລະກິດຂອງທ່ານ ມາປຶກສາກັບ ທະນາຄານ ແຄນນາເດຍ ລາວ ຈຳກັດຂອງພວກເຮົາ ທີ່ພ້ອມຈະຊ່ວຍເຫຼືອທ່ານດ້ານການເງິນ ດ້ວຍຄວາມຈິງໃຈ. ບໍ່ວ່າທ່ານຈະດຳເນີນທຸລະກິດໃໝ່ ຫຼື ຂະຫຍາຍ ທຸລະກິດທີ່ມີຢູ່ແລ້ວ ເຊັ່ນ: ຕ້ອງການຊື້ອຸປະກອນຮັບໃຊ້ທຸລະກິດ ເພື່ອການຈະເລີນເຕີບໂຕ ແບບໝັ້ນຄົງໃນອະນາຄົດຂ້າງໜ້າ. ທະນາຄານ ແຄນນາເດຍ ລາວ ຈຳກັດ ພ້ອມແລ້ວທີ່ຈະກ້າວໄປພ້ອມກັບທ່ານ.

ສິນເຊື່ອ ເບີກເກີນບັນຊີ

ເງິນກູ້ເບີກເກີນບັນຊີ ເປັນຜະລິດຕະພັນເງິນກູ້ໄລຍະສັ້ນທີ່ເໝາະສົມສຳລັບການສົ່ງເສີມສະພາບຄ່ອງ ແລະ ເປັນທຶນໝູນວຽນຂອງທຸລະກິດ.

ສິນເຊື່ອເຮືອນ

ເງິນກູ້ເຮືອນ ແມ່ນຖືກອອກແບບໂດຍສະເພາະສຳລັບ ການຊື້, ປຸກສ້າງ, ປັງປຸງ, ສ້ອມແປງທີ່ຢູ່ອາໄສ ແລະ ການກູ້ຢືມເພື່ອປິດບັນຊີເງິນກູ້ເຮືອນຢູ່ສະຖາບັນການເງິນອື່ນ.

ສິນເຊື່ອສ່ວນບຸກຄົນ

ເປັນປະເພດເງິນກູ້ທີ່ເໝາະສົມສຳລັບການຊື້ສິ່ງອຳນວຍຄວາມສະດວກໃນຊີວິດປະຈຳວັນ ເຊັ່ນ: ວັດຖຸອຸປະກອນ, ເຄື່ອງເພື່ອເຟີນີເຈີ ຫຼື ເຄື່ອງໃຊ້ໃນຄົວເຮືອນ, ເປັນທຶນການສຶກສາ ແລະ ອື່ນໆ.

ເງິນກູ້ລົດ

ຄວາມຝັນໃນການຄອບຄອງລົດຄັນໃໝ່ຂອງທ່ານ ຈະກາຍເປັນຈິງໂດຍຜະລິດຕະພັນເງິນກູ້ລົດຂອງທະນາຄານ ແຄນນາເດຍ ລາວ ຈໍາກັດ ໃນອັດຕາດອກເບ້ຍທີ່ໜ້າດຶງດູດໃຈ ແລະ ຂັ້ນຕອນການອະນຸມັດວ່ອງໄວງ່າຍດາຍ.

 

ສຳນັກງານ Canadia Bank Lao
ທະນາຄານການເນເດຍ ລາວ ຈຳກັດ

ຖະໜນທ່າແດວ, ຫົວໜ່ວຍ 18, ບ້ານເບືອງຄະນຽງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ. SWIFT: CADILALA
ໂທ: (+856)-21 227 999

ເບິ່ງລາຍລະອຽດ »

ສຳນັກງານ Canadia Bank Plc.
Canadia Bank Plc.

315 Preah Ang Duong, Street 110, 12000 Phnom Penh, Cambodia.
contact@canadiabank.com.kh

ເບິ່ງລາຍລະອຽດ »

ເປັນທະນາຄານທີ່ດີທີ່ສຸດໃນລາວ.

ເປັນຄູ່ຮ່ວມທີ່ດີທີ່ສຸດສໍາລັບລູກຄ້າ ແລະ ພະນັກງານ ໂດຍອະໄສຄົນ, ເຕັກໂນໂລຊີ ແລະ ການບໍລິການ.

ເຮົາສົນລົງກັບສິ່ງແວດລ້ອມທີ່ເປີດກວ້າງ ທີ່ສົງສົມຄ່າຂອງການປ່ຽນແປງ ແລະ ຄວາມສ້າງສັນ ພ້ອມກັບຄຸນຄ່າພື້ນຖານ: ຄວາມໄວ້ວາງໃຈ, ຄວາມຮັບຜິດຊອບ ແລະ ຄວາມມຸ່ງໝັ້ນສູ່ຜົນງານ.