Content Image

ສິນເຊື່ອເຮືອນ

ເງິນກູ້ເຮືອນ ແມ່ນຖືກອອກແບບໂດຍສະເພາະສຳລັບ ການຊື້, ປຸກສ້າງ, ປັງປຸງ, ສ້ອມແປງທີ່ຢູ່ອາໄສ ແລະ ການກູ້ຢືມເພື່ອປິດບັນຊີເງິນກູ້ເຮືອນຢູ່ສະຖາບັນການເງິນອື່ນ.

ໄລຍະການກູ້ຢືມ
  • ສູງເຖິງ 15 ປີ ຫຼື 180 ເດືອນ
ອັດຕາດອກເບ້ຍ
  • ເລີ່ມຕົ້ນ 0,75% ຕໍ່ເດືອນ ຫຼື 9% ຕໍ່ປີ
ວົງເງິນກູ້ຢືມ
  • ເລີ່ມແຕ່ 50.000.000 ກີບ ຫຼື ທຽບເທົ່າກັບ 5.000 ໂດລາຂື້ນໄປ
ປະເພດຫຼັກຊັບຄໍ້າປະກັນ
  • ໃບຕາດິນຂອບທອງ
  • ໃບຢັ້ງຢືນເງິນຝາກມີກຳນົດ
ອັດຕາສ່ວນວົງເງິນກູ້ຢືມຕໍ່ມູນຄ່າຫຼັກຊັບຄໍ້າປະກັນ
  • ສູງເຖິງ 70% ຂອງມູນຄ່າຫຼັກຊັບຄໍ້າປະກັນ
  • ສູງເຖິງ 100% ຂອງມູນຄ່າເງິນຝາກມີກຳນົດທີ່ເປັນຫຼັກຊັບຄໍ້າປະກັນ
ຄ່າທໍານຽມ ແລະ ຄ່າປະເມີນຫຼັກຊັບ
  • ຄ່າທໍານຽມອະນຸມັດ ຂັ້ນຕໍ່າ 1% ຂອງວົງເງິນກູ້ຢືມ (ເກັບຄັ້ງດຽວ)
  • ຄ່າປະເມີນຫຼັກຊັບ ຂັ້ນຕໍ່າ 1% ຂອງວົງເງິນກູ້ຢືມ (ເກັບຄັ້ງດຽວ)
ວິທີການຊໍາລະເງິນ
  • ຊຳລະຕົ້ນທຶນພ້ອມດ້ວຍດອກເບ້ຍເປັນຈຳນວນຄົງທີ່ຕັ້ງແຕ່ຕົ້ນຈົນຮອດທ້າຍງວດ (ຕົ້ນທຶນ + ດອກເບ້ຍ);
  • ຊຳລະຕົ້ນທຶນຄົງທີ່ພ້ອມດ້ວຍດອກເບ້ຍຫຼຸດລົງຕາມຍອດຕົ້ນທຶນຄົງເຫຼືອ;
  • ວິທີການຊຳລະແບບອື່ນໆ ແມ່ນຂື້ນກັບການເຈລະຈາຕົວຈິງລະຫວ່າງທະນາຄານ ແລະ ຜູ້ກູ້ຢືມເງິນ.
ເງື່ອນໄຂອື່ນໆ
  • ລູກຄ້າອາດຈະຕ້ອງຊື້ປະກັນໄພ (ຖ້າມີຄວາມຈຳເປັນ)
ເອກະສານປະກອບເບື້ອງຕົ້ນ
  • ເອກະສານຢັ້ງຢືນຕົວຕົນ: ສໍາເນົາບັດປະຈໍາຕົວ/ໜັງສືຜ່ານແດນທີ່ຍັງບໍ່ທັນໝົດອາຍຸ, ສໍາເນົາປຶ້ມສຳມະໂນຄົວຂອງຜູ້ກູ້ໝົດທຸກຄົນ, ໃບຢັ້ງຢືນທີ່ຢູ່ (ຕົ້ນສະບັບ), ບັດພະນັກງານ ຫຼື ບັດປະຈຳຕົວລັດຖະກອນ;
  • ເອກະສານກ່ຽວກັບຫຼັກຊັບຄໍ້າປະກັນ: ສຳເນົາໃບຕາດິນຂອບທອງທີ່ຈະເອົາມາຄໍ້າປະກັນ, ສຳເນົາໃບຢັ້ງຢືນເງິນຝາກມີກຳນົດ(ຖ້າມີີ); ສັນຍາຊື້-ຂາຍ/ສັນຍາມັດຈໍາດິນທີ່ຈະເອົາມາເປັນຫຼັກຊັບຄໍ້າປະກັນ (ຫຼັກຖານການມັດຈໍາ), ໃບອະນຸຍາດປຸກສ້າງ (ຖ້າມີ);
ເອກະສານຢັ້ງຢືນລາຍຮັບ-ລາຍຈ່າຍ
  • ສຳລັບພະນັກງານ ຫຼື ລັດຖະກອນ: ເອກະສານຢັ້ງຢືນເງິນເດືອນ/ສັນຍາແຮງງານ/ເອກະສານເບີກຈ່າຍເງິນ ເດືອນ/ໃບສະຫຼຸບການເຄື່ອນໄຫວບັນຊີ, ໃບບິນຄ່ານຳ້ຄ່າໄຟ;
  • ສຳລັບເຈົ້າຂອງທຸລະກິດ: ໃບສະຫຼຸບບັນຊີປະຈຳເດີອນ 3 ເດືອນຍ້ອນຫຼັງ, ໃບສະຫຼຸບບັນຊີປະຈຳປີ 2 ປີຍ້ອນຫຼັງ), ໃບສະເໜີລາຄາ (ຖ້າມີ), ໃບບິນຊື້ເຄື່ອງເຂົ້າ, ໃບຮັບເງິນ, ສັນຍາເຊົ່າ (ຖ້າມີ), ໃບບິນຄ່ານໍ້າຄ່າໄຟ;
ເອກະສານນິຕິກຳ
  • ສຳເນົາໃບອະນຸຍາດດຳເນີນທຸລະກິດ/ໃບທະບຽນວິສາຫະກິດ(ຖ້າມີ), ສຳເນົາໃບທະບຽນອາກອນ (ຖ້າມີ), ໃບຢັ້ງຢືນການມອບພັນທະອາກອນປະຈຳປີ (ຖ້າມີ);
  • ເອກະສານຈຳເປັນອື່ນໆທີ່ທາງທະນາຄານຕ້ອງການ(ຖ້າມີ).

 

ສຳນັກງານ Canadia Bank Lao
ທະນາຄານການເນເດຍ ລາວ ຈຳກັດ

ຖະໜນທ່າແດວ, ຫົວໜ່ວຍ 18, ບ້ານເບືອງຄະນຽງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ. SWIFT: CADILALA
ໂທ: (+856)-21 227 999

ເບິ່ງລາຍລະອຽດ »

ສຳນັກງານ Canadia Bank Plc.
Canadia Bank Plc.

315 Preah Ang Duong, Street 110, 12000 Phnom Penh, Cambodia.
contact@canadiabank.com.kh

ເບິ່ງລາຍລະອຽດ »

ເປັນທະນາຄານທີ່ດີທີ່ສຸດໃນລາວ.

ເປັນຄູ່ຮ່ວມທີ່ດີທີ່ສຸດສໍາລັບລູກຄ້າ ແລະ ພະນັກງານ ໂດຍອະໄສຄົນ, ເຕັກໂນໂລຊີ ແລະ ການບໍລິການ.

ເຮົາສົນລົງກັບສິ່ງແວດລ້ອມທີ່ເປີດກວ້າງ ທີ່ສົງສົມຄ່າຂອງການປ່ຽນແປງ ແລະ ຄວາມສ້າງສັນ ພ້ອມກັບຄຸນຄ່າພື້ນຖານ: ຄວາມໄວ້ວາງໃຈ, ຄວາມຮັບຜິດຊອບ ແລະ ຄວາມມຸ່ງໝັ້ນສູ່ຜົນງານ.