Content Image

ສິນເຊື່ອ ເບີກເກີນບັນຊີ

ເງິນກູ້ເບີກເກີນບັນຊີ ເປັນຜະລິດຕະພັນເງິນກູ້ໄລຍະສັ້ນທີ່ເໝາະສົມສຳລັບການສົ່ງເສີມສະພາບຄ່ອງ ແລະ ເປັນທຶນໝູນວຽນຂອງທຸລະກິດ.

ຜົນປະໂຫຍດພິເສດ

  • ທ່ານສາມາດຊຳລະຄືນໄດ້ທັນທີ ເມື່ອມີສະພາບຄ່ອງຂອງທ່ານກັບມາເປັນປົກກະຕິ;
  • ດອກເບ້ຍ ແມ່ນຄິດໄລ່ຕາມຈຳນວນມື້ທີ່ນຳໃຊ້ຕົວຈິງ;
  • ສ້າງຄວາມວ່ອງໄວຂອງທຶນໝູນວຽນໃນທຸລະກິດຂອງທ່ານ.

ອັດຕາດອກເບ້ຍ

  • ອັດຕາດອກເບ້ຍເລີ່ມຕົ້ນ ແມ່ນ 0,83% ຕໍ່ເດືອນ ຫຼື 10% ຕໍ່ປີ.

ອັດຕາສ່ວນວົງເງິນກູ້ຢືມຕໍ່ມູນຄ່າຫຼັກຊັບຄ້ຳປະກັນ

  • ສູງເຖິງ 70% ຂອງມູນຄ່າຫຼັກຊັບຄໍ້າປະກັນ;
  • ສູງເຖິງ 100% ຂອງມູນຄ່າເງິນຝາກມີກຳນົດທີ່ເປັນຫຼັກຊັບຄໍ້າປະກັນ.

ຄ່າທໍານຽມ ແລະ ຄ່າປະເມີນຫຼັກຊັບ

  • ຄ່າທໍານຽມອະນຸມັດ ຂັ້ນຕໍ່າ 1% ຂອງວົງເງິນກູ້ຢືມ (ເກັບຄັ້ງດຽວ);
  • ຄ່າປະເມີນຫຼັກຊັບ ຂັ້ນຕໍ່າ 1% ຂອງວົງເງິນກູ້ຢືມ (ເກັບຄັ້ງດຽວ).

ເອກະສານປະກອບເບື້ອງຕົ້ນ

1. ສໍາລັບສ່ວນບຸກຄົນ

  • ເອກະສານຢັ້ງຢືນຕົວຕົນ: ສໍາເນົາບັດປະຈໍາຕົວ/ໜັງສືຜ່ານແດນທີ່ຍັງບໍ່ທັນໝົດອາຍຸ, ສໍາເນົາປຶ້ມສຳມະ ໂນຄົວຂອງຜູ້ກູ້ໝົດທຸກຄົນ, ໃບຢັ້ງຢືນທີ່ຢູ່ (ຕົ້ນສະບັບ), ບັດພະນັກງານ ຫຼື ບັດປະຈຳຕົວລັດຖະກອນ;
  • ເອກະສານກ່ຽວກັບຫຼັກຊັບຄໍ້າປະກັນ: ສຳເນົາໃບຕາດິນຂອບທອງທີ່ຈະເອົາມາຄໍ້າປະກັນ, ສໍາເນົາໃບຢັ້ງຢືນເງິນຝາກມີກຳນົດ(ຖ້າມີີ); ສັນຍາຊື້-ຂາຍ/ສັນຍາມັດຈໍາດິນທີ່ຈະເອົາມາເປັນຫຼັກຊັບຄໍ້າປະກັນ (ຫຼັກຖານການມັດຈໍາ), ໃບອະນຸຍາດປຸກສ້າງ (ຖ້າມີ);
  • ເອກະສານຢັ້ງຢືນລາຍຮັບ-ລາຍຈ່າຍ:
    • ສຳລັບພະນັກງານ ຫຼື ລັດຖະກອນ: ເອກະສານຢັ້ງຢືນເງິນເດືອນ/ສັນຍາແຮງງານ/ເອກະສານເບີກຈ່າຍເງິນເດືອນ/ໃບສະຫຼຸບການເຄື່ອນໄຫວບັນຊີ, ໃບບິນຄ່ານໍ້າ-ຄ່າໄຟ;
    • ເອກະສານນິຕິກຳ:ສຳເນົາໃບອະນຸຍາດດຳເນີນທຸລະກິດ/ໃບທະບຽນວິສາຫະກິດ(ຖ້າມີ), ສຳເນົາໃບທະບຽນອາກອນ (ຖ້າມີ), ໃບຢັ້ງຢືນການມອບພັນທະອາກອນປະຈຳປີ (ຖ້າມີ);
    • ເອກະສານຈຳເປັນອື່ນໆທີ່ທາງທະນາຄານຕ້ອງການ(ຖ້າມີ).

2. ສໍາລັບນິຕິບຸກຄົນ/ບໍລິສັດ

  • ເອກະສານຢັ້ງຢືນຕົວຕົນ: ສໍາເນົາບັດປະຈໍາຕົວ/ໜັງສືຜ່ານແດນທີ່ຍັງບໍ່ທັນໝົດອາຍຸຂອງເຈົ້າຂອງບໍລິ ສັດ ແລະ/ຫຼື ຜູ້ຖືຮຸ້ນໝົດທຸກຄົນ, ປຶ້ມສຳມະໂນຄົວຂອງເຈົ້າຂອງບໍລິສັດ ແລະ/ຫຼື ຜູ້ຖືຮຸ້ນໝົດທຸກຄົນ, ໃບຢັ້ງຢືນທີ່ຢູ່ປັດຈຸບັນຂອງເຈົ້າຂອງບໍລິສັດ ແລະ/ຫຼື ຜູ້ຖືຮຸ້ນໝົດທຸກຄົນ (ຕົ້ນສະບັບ);
  • ເອກະສານກ່ຽວກັບຫຼັກຊັບຄໍ້າປະກັນ: ສຳເນົາໃບຕາດິນຂອບທອງທີ່ຈະເອົາມາຄໍ້າປະກັນ, ສຳເນົາໃບຢັ້ງຢືນເງິນຝາກມີກຳນົດ(ຖ້າມີີ); ສັນຍາຊື້-ຂາຍ/ສັນຍາມັດຈໍາດິນທີ່ຈະເອົາມາເປັນຫຼັກຊັບຄໍ້າປະກັນ (ຫຼັກຖານການມັດຈໍາ), ໃບອະນຸຍາດປຸກສ້າງ (ຖ້າມີ);
  • ເອກະສານນິຕິກຳ: ສຳເນົາໃບອະນຸຍາດດຳເນີນທຸລະກິດ/ໃບທະບຽນວິສາຫະກິດ, ສຳເນົາໃບທະບຽນອາກອນ, ໃບຢັ້ງຢືນການມອບພັນທະອາກອນປະຈຳປີ (ປີຫຼ້າສຸດ), ສັນຍາວ່າດ້ວຍການຖືຮຸ້ນ, ກົດລະບຽບພາຍໃນ (ຖ້າມີ), ໂຄງຮ່າງການຈັດຕັ້ງຂອງບໍລິສັດ, ມະຕິຕົກລົງຂອງສະພາບໍລິຫານຂອງບໍລິສັດກ່ຽວກັບການກູ້ຢືມເງິນ;
  • ລາຍງານການເງິນ: ລາຍງານການເງິນປະຈຳເດືອນ 6 ເດືອນຍ້ອນຫຼັງ, ລາຍງານການເງິນປະຈຳປີ 3 ປີຍ້ອນຫຼັງ (ຫາກໄດ້ຮັບການກວດຊອບຈາກພາຍນອກຍິ່ງເປັນການດີ), ໃບສະຫຼຸບຊັບສົມບັດ, ໃບສະຫຼຸບສິນຄ້າໃນສາງ, ໃບສະເໜີລາຄາ (ຖ້າມີ), ໃບສັ່ງຊື້ສິນຄ້າ (ຖ້າມີ), ໃບສັ່ງຈ່າຍ(ຖ້າມີ), ສັນຍາຊື້-ຂາຍສິນຄ້າ (ຖ້າມີ), ຫຼັກຖານການໂອນເງິນຊຳລະສິນຄ້າ(ຖ້າມີ),ໃບສະຫຼຸບການເຄື່ອນໄຫວບັນຊີຂອງບໍລິສັດທຸກສະ ກຸນເງິນ 2 ປີຍ້ອນຫຼັງ, ໃບກວດວຽກ(ຖ້າມີ);
  • ເອກະສານຈຳເປັນອື່ນໆທີ່ທາງທະນາຄານຕ້ອງການ(ຖ້າມີ).

 

ສຳນັກງານ Canadia Bank Lao
ທະນາຄານການເນເດຍ ລາວ ຈຳກັດ

ຖະໜນທ່າແດວ, ຫົວໜ່ວຍ 18, ບ້ານເບືອງຄະນຽງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ. SWIFT: CADILALA
ໂທ: (+856)-21 227 999

ເບິ່ງລາຍລະອຽດ »

ສຳນັກງານ Canadia Bank Plc.
Canadia Bank Plc.

315 Preah Ang Duong, Street 110, 12000 Phnom Penh, Cambodia.
contact@canadiabank.com.kh

ເບິ່ງລາຍລະອຽດ »

ເປັນທະນາຄານທີ່ດີທີ່ສຸດໃນລາວ.

ເປັນຄູ່ຮ່ວມທີ່ດີທີ່ສຸດສໍາລັບລູກຄ້າ ແລະ ພະນັກງານ ໂດຍອະໄສຄົນ, ເຕັກໂນໂລຊີ ແລະ ການບໍລິການ.

ເຮົາສົນລົງກັບສິ່ງແວດລ້ອມທີ່ເປີດກວ້າງ ທີ່ສົງສົມຄ່າຂອງການປ່ຽນແປງ ແລະ ຄວາມສ້າງສັນ ພ້ອມກັບຄຸນຄ່າພື້ນຖານ: ຄວາມໄວ້ວາງໃຈ, ຄວາມຮັບຜິດຊອບ ແລະ ຄວາມມຸ່ງໝັ້ນສູ່ຜົນງານ.