Content Image

ສິນເຊື່ອ ສົງເສີ່ມທຸລະກິດ ຂະໜາດກາງ-ຂະໜາດນ້ອຍ (SME Loan)

ເງິນກູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ-ຂະໜາດກາງ ແມ່ນຖືກອອກແບບໂດຍສະເພາະສໍາລັບວິສາຫະກິດຂະຫນາດນ້ອຍ-ຂະຫນາດກາງ ເພື່ອຕອບໂຈດໃນການລິເລີ່ມທຸລະກິດໃໝ່ ແລະ ຂະຫຍາຍທຸລະກິດທີ່ມີຢູ່.

ໄລຍະເວລາຂອງການກູ້ຢືມ
  • ໄລຍະເວລາສູງເຖິງ 6 ປີ ຫຼື 72 ເດືອນ
ອັດຕາດອກເບ້ຍ
  • ດອກເບ້ຍເລີ່ມຕົ້ນ ແມ່ນ 0,83% ຕໍ່ເດືອນ ຫຼື 10% ຕໍ່ປີ
ປະເພດຫຼັກຊັບຄໍ້າປະກັນ
  • ໃບຕາດິນຂອບທອງ
  • ໃບຢັ້ງຢືນບັນຊີເງິນຝາກມີກຳນົດ
ອັດຕາສ່ວນວົງເງິນກູ້ຢືມ ຕໍ່ມູນຄ່າຫຼັກຊັບຄໍ້າປະກັນ
  • ສູງເຖິງ 70% ຂອງມູນຄ່າຫຼັກຊັບຄໍ້າປະກັນສໍາລັບຫຼັກຊັບທີ່ເປັນໃບຕາດິນຂອບທອງ
  • ສູງເຖິງ 100% ຂອງມູນຄ່າເງິນຝາກມີກຳນົດທີ່ເປັນຫຼັກຊັບຄໍ້າປະກັນ
ວົງເງິນກູ້ຢືມ
  • ວົງເງິນກູ້ຢືມ ແມ່ນເລີ່ມແຕ່ 20.000.000 ກີບ ຫຼື ທຽບເທົ່າກັບ 2.000 ໂດລາຂື້ນໄປ
ຄ່າທໍານຽມ ແລະ ຄ່າປະເມີນຫຼັກຊັບ
  • ຄ່າທໍານຽມອະນຸມັດ ຂັ້ນຕໍ່າ 1% ຂອງວົງເງິນກູ້ຢືມ (ເກັບຄັ້ງດຽວ);
  • ຄ່າປະເມີນຫຼັກຊັບ ຂັ້ນຕໍ່າ 1% ຂອງວົງເງິນກູ້ຢືມ (ເກັບຄັ້ງດຽວ).
ວິທີການຊໍາລະເງິນ
  • ຊຳລະຕົ້ນທຶນຄົງທີ່ພ້ອມດ້ວຍດອກເບ້ຍຫຼຸດລົງຕາມຍອດຕົ້ນທຶນຄົງເຫຼືອ;
  • ຊຳລະຕົ້ນທຶນພ້ອມດ້ວຍດອກເບ້ຍເປັນຈຳນວນຄົງທີ່ຕັ້ງແຕ່ຕົ້ນຈົນຮອດທ້າຍງວດ (ຕົ້ນທຶນ + ດອກເບ້ຍ);
  • ວິທີການຊຳລະແບບອື່ນໆ ແມ່ນຂື້ນກັບການເຈລະຈາຕົວຈິງລະຫວ່າງທະນາຄານ ແລະ ຜູ້ກູ້ຢືມເງິນ.
ເງື່ອນໄຂອື່ນໆ
  • ລູກຄ້າອາດຈະຕ້ອງຊື້ປະກັນໄພ (ຖ້າມີຄວາມຈຳເປັນ)

ເອກະສານປະກອບເບື້ອງຕົ້ນ:

1. ສໍາລັບສ່ວນບຸກຄົນ

  • ເອກະສານຢັ້ງຢືນຕົວຕົນ: ສໍາເນົາບັດປະຈໍາຕົວ/ໜັງສືຜ່ານແດນທີ່ຍັງບໍ່ທັນໝົດອາຍຸ, ສໍາເນົາປຶ້ມສຳມະ ໂນຄົວຂອງຜູ້ກູ້ໝົດທຸກຄົນ, ໃບຢັ້ງຢືນທີ່ຢູ່ (ຕົ້ນສະບັບ), ບັດພະນັກງານ ຫຼື ບັດປະຈຳຕົວລັດຖະກອນ;
  • ເອກະສານກ່ຽວກັບຫຼັກຊັບຄໍ້າປະກັນ: ສຳເນົາໃບຕາດິນຂອບທອງທີ່ຈະເອົາມາຄໍ້າປະກັນ, ສໍາເນົາໃບຢັ້ງຢືນເງິນຝາກມີກຳນົດ(ຖ້າມີີ); ສັນຍາຊື້-ຂາຍ/ສັນຍາມັດຈໍາດິນທີ່ຈະເອົາມາເປັນຫຼັກຊັບຄໍ້າປະກັນ (ຫຼັກຖານການມັດຈໍາ), ໃບອະນຸຍາດປຸກສ້າງ (ຖ້າມີ);
  • ເອກະສານຢັ້ງຢືນລາຍຮັບ-ລາຍຈ່າຍ:
    • ສຳລັບພະນັກງານ ຫຼື ລັດຖະກອນ: ເອກະສານຢັ້ງຢືນເງິນເດືອນ/ສັນຍາແຮງງານ/ເອກະສານເບີກຈ່າຍເງິນເດືອນ/ໃບສະຫຼຸບການເຄື່ອນໄຫວບັນຊີ, ໃບບິນຄ່ານໍ້າ-ຄ່າໄຟ;
    • ສຳລັບເຈົ້າຂອງທຸລະກິດ:ໃບສະຫຼຸບບັນຊີປະຈຳເດີອນ 3 ເດືອນຍ້ອນຫຼັງ, ໃບສະຫຼຸບບັນຊີປະຈຳປີ 2 ປີ(ຍ້ອນຫຼັງ), ໃບສະເໜີລາຄາ (ຖ້າມີ), ໃບບິນຊື້ເຄື່ອງເຂົ້າ, ໃບຮັບເງິນ, ສັນຍາເຊົ່າ (ຖ້າມີ), ໃບບິນຄ່ານໍ້າຄ່າໄຟ.
  • ເອກະສານນິຕິກຳ: ສຳເນົາໃບອະນຸຍາດດຳເນີນທຸລະກິດ/ໃບທະບຽນວິສາຫະກິດ(ຖ້າມີ), ສຳເນົາໃບທະບຽນອາກອນ (ຖ້າມີ), ໃບຢັ້ງຢືນການມອບພັນທະອາກອນປະຈຳປີ (ຖ້າມີ);
  • ເອກະສານຈຳເປັນອື່ນໆທີ່ທາງທະນາຄານຕ້ອງການ(ຖ້າມີ).

2. ສໍາລັບນິຕິບຸກຄົນ/ບໍລິສັດ

  • ເອກະສານຢັ້ງຢືນຕົວຕົນ: ສໍາເນົາບັດປະຈໍາຕົວ/ໜັງສືຜ່ານແດນທີ່ຍັງບໍ່ທັນໝົດອາຍຸຂອງເຈົ້າຂອງບໍລິ ສັດ ແລະ/ຫຼື ຜູ້ຖືຮຸ້ນໝົດທຸກຄົນ, ປຶ້ມສຳມະໂນຄົວຂອງເຈົ້າຂອງບໍລິສັດ ແລະ/ຫຼື ຜູ້ຖືຮຸ້ນໝົດທຸກຄົນ, ໃບຢັ້ງຢືນທີ່ຢູ່ປັດຈຸບັນຂອງເຈົ້າຂອງບໍລິສັດ ແລະ/ຫຼື ຜູ້ຖືຮຸ້ນໝົດທຸກຄົນ (ຕົ້ນສະບັບ);
  • ເອກະສານກ່ຽວກັບຫຼັກຊັບຄໍ້າປະກັນ: ສຳເນົາໃບຕາດິນຂອບທອງທີ່ຈະເອົາມາຄໍ້າປະກັນ, ສຳເນົາໃບຢັ້ງຢືນເງິນຝາກມີກຳນົດ(ຖ້າມີີ); ສັນຍາຊື້-ຂາຍ/ສັນຍາມັດຈໍາດິນທີ່ຈະເອົາມາເປັນຫຼັກຊັບຄໍ້າປະກັນ (ຫຼັກຖານການມັດຈໍາ), ໃບອະນຸຍາດປຸກສ້າງ (ຖ້າມີ);
  • ເອກະສານນິຕິກຳ: ສຳເນົາໃບອະນຸຍາດດຳເນີນທຸລະກິດ/ໃບທະບຽນວິສາຫະກິດ, ສຳເນົາໃບທະບຽນອາກອນ, ໃບຢັ້ງຢືນການມອບພັນທະອາກອນປະຈຳປີ (ປີຫຼ້າສຸດ), ສັນຍາວ່າດ້ວຍການຖືຮຸ້ນ, ກົດລະບຽບພາຍໃນ (ຖ້າມີ), ໂຄງຮ່າງການຈັດຕັ້ງຂອງບໍລິສັດ, ມະຕິຕົກລົງຂອງສະພາບໍລິຫານຂອງບໍລິສັດກ່ຽວກັບການກູ້ຢືມເງິນ;
  • ລາຍງານການເງິນ: ລາຍງານການເງິນປະຈຳເດືອນ 6 ເດືອນຍ້ອນຫຼັງ, ລາຍງານການເງິນປະຈຳປີ 3 ປີຍ້ອນຫຼັງ (ຫາກໄດ້ຮັບການກວດຊອບຈາກພາຍນອກຍິ່ງເປັນການດີ), ໃບສະຫຼຸບຊັບສົມບັດ, ໃບສະຫຼຸບສິນຄ້າໃນສາງ, ໃບສະເໜີລາຄາ (ຖ້າມີ), ໃບສັ່ງຊື້ສິນຄ້າ (ຖ້າມີ), ໃບສັ່ງຈ່າຍ(ຖ້າມີ), ສັນຍາຊື້-ຂາຍສິນຄ້າ (ຖ້າມີ), ຫຼັກຖານການໂອນເງິນຊຳລະສິນຄ້າ(ຖ້າມີ),ໃບສະຫຼຸບການເຄື່ອນໄຫວບັນຊີຂອງບໍລິສັດທຸກສະ ກຸນເງິນ 2 ປີຍ້ອນຫຼັງ, ໃບກວດວຽກ(ຖ້າມີ);
  • ເອກະສານຈຳເປັນອື່ນໆທີ່ທາງທະນາຄານຕ້ອງການ(ຖ້າມີ).

 

ສຳນັກງານ Canadia Bank Lao
ທະນາຄານການເນເດຍ ລາວ ຈຳກັດ

ຖະໜນທ່າແດວ, ຫົວໜ່ວຍ 18, ບ້ານເບືອງຄະນຽງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ. SWIFT: CADILALA
ໂທ: (+856)-21 227 999

ເບິ່ງລາຍລະອຽດ »

ສຳນັກງານ Canadia Bank Plc.
Canadia Bank Plc.

315 Preah Ang Duong, Street 110, 12000 Phnom Penh, Cambodia.
contact@canadiabank.com.kh

ເບິ່ງລາຍລະອຽດ »

ເປັນທະນາຄານທີ່ດີທີ່ສຸດໃນລາວ.

ເປັນຄູ່ຮ່ວມທີ່ດີທີ່ສຸດສໍາລັບລູກຄ້າ ແລະ ພະນັກງານ ໂດຍອະໄສຄົນ, ເຕັກໂນໂລຊີ ແລະ ການບໍລິການ.

ເຮົາສົນລົງກັບສິ່ງແວດລ້ອມທີ່ເປີດກວ້າງ ທີ່ສົງສົມຄ່າຂອງການປ່ຽນແປງ ແລະ ຄວາມສ້າງສັນ ພ້ອມກັບຄຸນຄ່າພື້ນຖານ: ຄວາມໄວ້ວາງໃຈ, ຄວາມຮັບຜິດຊອບ ແລະ ຄວາມມຸ່ງໝັ້ນສູ່ຜົນງານ.