ຜົນປະໂຫຍດທີ່ທ່ານຈະໄດ້ຮັບ
ສ້າງເງິນຂອງທ່ານໃຫ້ເກີດດອກອອກຜົນດ້ວຍການຝາກເງິນກັບທະນາຄານແຄນນາເດຍລາວ ຈຳກັດ. ບັນຊີຝາກປະຢັດຂອງພວກເຮົາແມ່ນງ່າຍຕໍ່ການເປີດ ແລະ ຈັດການບໍລິຫານ ຍ້ອນວ່າມີຍອດຄົງເຫຼືອຕ່ຳ ເຊິ່ງງ່າຍດາຍຕໍ່ການລິເລີ່ມ ແລະ ສ້າງຂຶ້ນຕາມຄວາມຕ້ອງການ.
ຄຸນລັກສະນະຂອງບັນຊີ
-
ທ່ານສາມາດຝາກໄດ້ໃນ 3 ສະກຸນເງິນຄື: ລາວກີບ, ໄທບາດ, ໂດລາສະຫະລັດ;
-
ອັດຕາດອກເບ້ຍທີ່ຫນ້າດຶງດູດໃຈ, ຄິດໄລ່ເປັນລາຍວັນ ແລະ ໄດ້ຮັບໃນທຸກໆເດືອນ;
-
ບໍ່ມີຄ່າໃຊ້ຈ່າຍໃນການຝາກເງິນແຕ່ລະເດືອນ;
-
ບໍ່ມີຄ່າໃຊ້ຈ່າຍໃນການເປີດບັນຊີ;
-
ໄດ້ຮັບປື້ມບັນຊີເງິນຝາກຟຣີ ແລະ ທ່ານສາມາດຄວບຄຸມທຸກການເຄື່ອນໄຫວເບີກ - ຈ່າຍຂອງບັນຊີຢ່າງຊັດເຈນພາຍໃນປື້ມຫົວນີ້.
| ສະກຸນເງິນ |
ກີບ |
ບາດ |
ໂລດາ |
| ອັດຕາດອກເບ້ຍ (ຕໍ່ປີ) |
1,89% |
1,00% |
1,00% |
ເອກະສານທີ່ຕ້ອງການສຳລັບລູກຄ້າສ່ວນບຸກຄົນ
- ສຳລັບພົນລະເມືອງລາວ: ບັດປະຈຳຕົວ, ປື້ມສຳມະໂນຄົວ, ຫນັງສືຜ່ານແດນ (06 ເດືອນຂຶ້ນໄປ);
- ສຳລັບພົນລະເມືອງລາວທີ່ບໍ່ຕັ້ງພູມລຳເນົາຢູ່ໃນປະເທດລາວທ່ານຕ້ອງມີໜັງສືຜ່ານແດນ (06 ເດືອນຂຶ້ນໄປ) ແລະ ເປີດບັນຊີຮ່ວມກັບບຸກຄົນທີ່ຕັ້ງພູມລຳເນົາຖາວອນຢູ່ລາວທີ່ມີມີເອກະສານຢັ້ງຢືນຖືກຕ້ອງຕາມກົດໝາຍ;
- ສຳລັບຄົນຕ່າງປະເທດ: ໜັງສືຜ່ານແດນ (06 ເດືອນຂຶ້ນໄປ), ວີຊ້າ, ໃບອະນຸຍາດເຮັດວຽກ, ໃບອະນຸຍາດພັກເຊົາ ຫລື ເອກະສານທີ່ອາໄສຢູ່ ສປປ ລາວ ທີ່ໄດ້ຮັບການຢັ້ງຢືນຈາກອຳນາດການປົກຄອງ;
- ຈຳນວນເງິນຝາກເບື້ອງຕົ້ນແມ່ນ 50.000ກີບ ຫຼື 200ບາດ ຫຼື 10ໂດລາ.
ເອກະສານທີ່ຕ້ອງການສຳລັບລູກຄ້ານິຕິບຸກຄົນ
- ໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດດຳເນີນທຸລະກິດທີ່ອອກໂດຍພາກສ່ວນທີ່ກ່ຽວຂ້ອງ (ຂຶ້ນກັບປະເພດທຸລະກິດ);
- ໃບຢັ້ງຢືນການເສຍອາກອນ;
- ນະໂຍບາຍ ແລະ ກົດລະບຽບພາຍໃນຂອງບໍລິສັດ;
- ຕຣາປະທັບຂອງບໍລິສັດ;
- ໃບມອບສິດແກ່ບຸກຄົນທີ່ມາເປີດບັນຊີ;
- ບັດປະຈຳຕົວ ຫຼື ໜັງສືຜ່ານແດນ ຫຼື ສຳມະໂນຄົວຂອງຜູ້ທີ່ມີອຳນາດລົງລາຍເຊັນ ສຳລັບຄົນລາວ;
- ໜັງສືຜ່ານແດນ, ວີຊາ ຂອງຜູ້ທີ່ມີອຳນາດລົງລາຍເຊັນ ສຳລັບຄົນຕ່າງປະເທດ;
- ຈຳນວນເງິນຝາກເບື້ອງຕົ້ນແມ່ນ 500.000 ກີບ ຫຼື 6.000 ບາດ ຫຼື 500 ໂດລາ.
ໝາຍເຫດ: ເອກະສານປະກອບສຳລັບລູກຄ້ານິຕິບຸກຄົນອາດແຕກຕ່າງກັນອີງຕາມປະເພດຂອງບໍລິສັດທີ່ໄດ້ລະບຸໃນລະບຽບການປະກອບເອກສານການເປິດບັນຊີ.